ກ່ຽວກັບພວກເຮົາ
ມໍລະດົກຂອງພວກເຮົາ. ອະນາຄົດຂອງພວກເຮົາ.
ບໍລິສັດ ທຣັສ ປະກັນໄພຊີວິດ ຈຳກັດ ເປັນບໍລິສັດປະກັນຊີວິດໃນ ສປປ ລາວ ທີ່ມີຄວາມມຸ່ງໝັ້ນໃນການຊ່ວຍໃຫ້ບຸກຄົນ, ຄອບຄົວ ແລະ ທຸລະກິດ ເພື່ອປົກປ້ອງສິ່ງທີ່ສຳຄັນທີ່ສຸດ ແລະ ສ້າງຄວາມໝັ້ນຄົງທາງການເງິນໃນອະນາຄົດ.
ພວກເຮົາແມ່ນໃຜ
ພື້ນຖານທີ່ໝັ້ນຄົງ.
ຊື່ໃໝ່. ຈຸດປະສົງດຽວ.
ທຣັສ ໄລຟ໌ ໄດ້ຖືກຈັດຕັ້ງຂຶ້ນພາຍຫຼັງການເຂົ້າຊື້ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ, ເຊິ່ງໄດ້ນຳເອົາພື້ນຖານທຸລະກິດປະກັນໄພຊີວິດທີ່ມີປະສົບການໃນ ສປປ ລາວ ມາປະສານເຂົ້າກັບວິໄສທັດໃໝ່ ເພື່ອການເຕີບໃຫຍ່, ນະວັດຕະກໍາ ແລະ ການບໍລິການລູກຄ້າ.
ບໍລິສັດໄດ້ຮັບການສະໜັບສະໜູນຈາກ PHA Group ເຊິ່ງເປັນອົງກອນທີ່ຊ່ຽວຊານດ້ານການປະກັນໄພ ແລະ ການບໍລິການດ້ານການເງິນລະດັບສາກົນ ທີ່ດຳເນີນທຸລະກິດຢູ່ປະເທດອົດສະຕາລີ ແລະ ປະເທດສິງກະໂປ ຮ່ວມກັບ ບໍລິສັດ PTD Energy Solution Company Limited ໃນຖານະຄູ່ຮ່ວມຍຸດທະສາດໃນ ສປປ ລາວ.
ການຮ່ວມມືນີ້ ເປັນການປະສານຄວາມຊ່ຽວຊານດ້ານການປະກັນໄພ ແລະ ຄວາມສາມາດດ້ານການດຳເນີນງານໃນລະດັບສາກົນ ເຂົ້າກັບຄວາມຮູ້ຄວາມເຂົ້າໃຈຕະຫຼາດພາຍໃນປະເທດ, ເຄືອຂ່າຍຄວາມສຳພັນ ແລະ ຄວາມເຂົ້າໃຈເຖິງຄວາມຕ້ອງການຂອງລູກຄ້າໃນລາວ.
ວິໄສທັດຂອງພວກເຮົາ
ຈະເປັນໜຶ່ງໃນບໍລິສັດປະກັນໄພຊີວິດໃນ ສປປ ລາວ ທີ່ໄດ້ຮັບຄວາມໄວ້ວາງໃຈຫຼາຍທີ່ສຸດ, ມີນະວັດຕະກໍາ ແລະ ຍຶດຖືລູກຄ້າເປັນສູນກາງ ໂດຍສະໜອງການຄຸ້ມຄອງທາງການເງິນໃຫ້ແກ່ປະຊາຊົນໃນທຸກຊ່ວງຂອງຊີວິດ.
ພັນທະກິດຂອງພວກເຮົາ
ພັນທະກິດຂອງພວກເຮົານັ້ນຈະແຈ້ງ: ເຮັດໃຫ້ການຄຸ້ມຄອງມີຄວາມເຂົ້າເຖິງໄດ້ງ່າຍ, ເຂົ້າໃຈໄດ້ ແລະ ສອດຄ່ອງກັບປະຊາຊົນລາວຫຼາຍຂຶ້ນ. ພວກເຮົາຈະບັນລຸເປົ້າໝາຍນີ້ ໂດຍຜ່ານການປະສານຄວາມຊ່ຽວຊານດ້ານປະກັນໄພລະດັບສາກົນ ກັບຄວາມຮູ້ຄວາມເຂົ້າໃຈໃນທ້ອງຖິ່ນ, ເທັກໂນໂລຊີທີ່ທັນສະໄໝ ແລະ ຄວາມມຸ່ງໝັ້ນທີ່ຈະຍຶດຖືຜົນປະໂຫຍດຂອງລູກຄ້າເປັນສຳຄັນ.
ມໍລະດົກຂອງພວກເຮົາ. ອະນາຄົດຂອງພວກເຮົາ.
ພວກເຮົາສືບທອດທຸລະກິດ.
ພວກເຮົາກຳລັງສ້າງບໍລິສັດ.
ທຣັສ ໄລຟ໌ ສືບຕໍ່ຈາກພື້ນຖານທີ່ ພຣູເດັນໂຊລ໌ ປະກັນໄພຊີວິດ ໄດ້ສ້າງໄວ້ໃນ ສປປ ລາວ, ລວມເຖິງ ກຸ່ມລູກຄ້າ, ພະນັກງານ, ປະສົບການດ້ານການປະກັນໄພ ແລະ ການມີສ່ວນຮ່ວມໃນຕະຫຼາດ.
ພວກເຮົາໃຫ້ຄວາມເຄົາລົບຕໍ່ມໍລະດົກດັ່ງກ່າວ ພ້ອມກັບກ້າວໜ້າໄປສູ່ອະນາຄົດຢ່າງໝັ້ນຄົງ. ພາຍໃຕ້ ທຣັສ ໄລຟ໌ ພວກເຮົາມຸ່ງໝັ້ນໃນການພັດທະນາ ບໍລິສັດປະກັນຊີວິດໃຫ້ທັນສະໄໝ ໂດຍອາໄສການລົງທຶນໃນດ້ານບຸກຄະລາກອນ, ເຕັກໂນໂລຊີ, ຜະລິດຕະພັນ, ຊ່ອງທາງຈຳໜ່າຍ ແລະ ປະສົບການລູກຄ້າ.
ຜູ້ຖືປະກັນໄພຊີວິດຂອງພວກເຮົາຍັງຄົງເປັນສູນກາງຂອງທຸລະກິດ ແລະ ພວກເຮົາມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ບໍລິການ ການປະກັນໄພໃຫ້ກັບລູກຄ້າ ຕາມເງື່ອນໄຂ ແລະ ຂໍ້ກຳນົດທີ່ໄດ້ຕົກລົງໄວ້.



ຄວາມຊ່ຽວຊານລະດັບສາກົນ. ຄວາມເຂົ້າໃຈຕໍ່ພາຍໃນ.
ທຣັສ ໄລຟ໌ ປະສານຈຸດແຂງ
ຂອງຄູ່ຮ່ວມທຸລະກິດທັງສອງຝ່າຍ.
PHA Group
ອົດສະຕາລີ · ສິງກະໂປ
PHA Group ເປັນອົງກອນທີ່ຊ່ຽວຊານໃນການດຳເນີນທຸລະກິດດ້ານການປະກັນໄພ ແລະ ການບໍລິການດ້ານການເງິນລະດັບສາກົນ ທີ່ດຳເນີນທຸລະກິດໃນ ປະເທດອົດສະຕາລີ ແລະ ປະເທດສິງກະໂປ. ທຣັສ ໄລຟ໌ ນຳເອົາຄວາມຊ່ຽວຊານໃນການດຳເນີນດ້ານການປະກັນໄພ, ບໍລິການການເງິນ, ການບໍລິຫານກິດຈະການ, ການບໍລິຫານຄວາມສ່ຽງ, ເທັກໂນໂລຊີ, ການປ່ຽນຜ່ານທາງທຸລະກິດ ແລະ ການພັດທະນາຍຸດທະສາດ.
ບໍລິສັດ PTD Energy Solution ຈຳກັດ
ສປປ ລາວ
PTD Energy Solution Company Limited ມີບົດບາດໃນການສະໜອງຄວາມເປັນຄູ່ຮ່ວມທຸລະກິດໃນລາວທີ່ເຂັ້ມແຂງ, ຄວາມຮູ້ຄວາມເຂົ້າໃຈໃນຕະຫຼາດ, ເຄືອຂ່າຍທາງທຸລະກິດ ແລະ ຄວາມເຂົ້າໃຈສະພາບແວດລ້ອມໃນການດຳເນີນທຸລະກິດຂອງ ສປປ ລາວ.
ພວກເຮົາທັງສອງ ຮ່ວມກັນສ້າງບໍລິສັດປະກັນໄພຊີວິດ ທີ່ປະສົມປະສານ ມາດຕະຖານສາກົນເຂົ້າກັບຄວາມເຂົ້າໃຈຂອງຄົນພາຍໃນປະເທດ.
ສິ່ງທີ່ພວກເຮົາຍຶດຖື
ຫົກຄຳໝັ້ນສັນຍາ ແລະ
ວິໄນໃນການຮັກສາມັນ.
01
ຄວາມໄວ້ວາງໃຈ
ຄວາມໄວ້ວາງໃຈເປັນຫົວໃຈສຳຄັນຂອງ ຊື່ ແລະ ການທຸລະກິດຂອງພວກເຮົາ. ພວກເຮົາມຸ່ງໝັ້ນສ້າງຄວາມໄວ້ວາງໃຈໃນທຸກໆວັນ ຜ່ານວິທີການບໍລິການລູກຄ້າ ແລະ ການດຳເນີນທຸລະກິດ.
02
ຍຶດຖືລູກຄ້າເປັນສຳຄັນ
ລູກຄ້າ ແລະ ຄອບຄົວຂອງລູກຄ້າ ແມ່ນເຫດຜົນຂອງການມີຕົວຕົນຂອງພວກເຮົາ. ພວກເຮົາຕັ້ງໃຈສະໜອງຜະລິດຕະພັນ ແລະ ບໍລິການທີ່ງ່າຍຕໍ່ການເຂົ້າໃຈ, ຜະລິດຕະພັນທີ່ຕອບສະໜອງຄວາມຕ້ອງການ ແລະ ເຂົ້າເຖິງໄດ້.
03
ການຄຸ້ມຄອງ
ການປະກັນໄພ ແມ່ນການຢືນຄຽງຄູ່ກັບຜູ້ຄົນ ໃນເວລາທີ່ພວກເຂົາຕ້ອງການພວກເຮົາຫຼາຍທີ່ສຸດ. ພວກເຮົາມຸ່ງໝັ້ນສະໜອງການຄຸ້ມຄອງທາງການເງິນທີ່ມີຄວາມໝາຍ ແລະ ສະໜັບສະໜູນການຮຽກຮ້ອງຄ່າສິນໄໝທົດແທນທີ່ຖືກຕ້ອງ.
04
ນະວັດຕະກໍາ
ພວກເຮົາລົງທຶນໃນເທັກໂນໂລຊີ ແລະ ຄວາມສາມາດດ້ານດິຈິຕອນ ເພື່ອເຮັດໃຫ້ການປະກັນໄພເຂົ້າໃຈງ່າຍ, ຊື້ໄດ້ສະດວກ ແລະ ບໍລິຫານຈັດການໄດ້ງ່າຍຂຶ້ນ.
05
ຄວາມຊື່ສັດ ແລະ ການບໍລິຫານຈັດການ
ພວກເຮົາມຸ່ງໝັ້ນໃນການບໍລິຫານຢ່າງມີຄວາມຮັບຜິດຊອບ, ມີລະບົບການບໍລິຫານກິດຈະການທີ່ເຂັ້ມແຂງ, ການບໍລິຫານການເງິນຢ່າງຮອບດ້ານ ແລະ ມາດຕະການຄວບຄຸມຄວາມສ່ຽງທີ່ເໝາະສົມ.
06
ຄວາມມຸ່ງໝັ້ນ ຕໍ່ ສປປ ລາວ
ພວກເຮົາມຸ່ງໝັ້ນຕໍ່ການພັດທະນາປະເທດລາວໃນໄລຍະຍາວ, ລວມທັງການພັດທະນາບຸກຄະລາກອນດ້ານປະກັນໄພຂອງລາວ ແລະ ສົ່ງເສີມຄວາມຮູ້ດ້ານປະກັນໄພ ແລະ ການເຂົ້າເຖິງບໍລິການທາງການເງິນໃຫ້ກວ້າງຂວາງຍິ່ງຂຶ້ນ.

ການສ້າງບໍລິສັດປະກັນໄພດິຈິຕອນ
ອະນາຄົດຂອງການປະກັນໄພ ຄວນຈະງ່າຍຂຶ້ນກວ່າເກົ່າ ແລະ ເຂົ້າເຖິງໄດ້ຫຼາຍຂຶ້ນ.
ທຣັສ ໄລຟ໌ ກໍາລັງລົງທຶນຢ່າງຄ່ອຍເປັນຄ່ອຍໄປໃນລະບົບການເປີດຮັບລູກຄ້າຜ່ານຊ່ອງທາງດິຈິຕອນ, ການບໍລິຫານການປະກັນໄພ, ການບໍລິຫານສາຍສຳພັນກັບລູກຄ້າ, ຂໍ້ມູນ ແລະ ຂີດຄວາມສາມາດໃນການໃຫ້ບໍລິການຜ່ານຊ່ອງທາງດິຈິຕອນ.
ເປົ້າໝາຍຂອງພວກເຮົາຄື: ການເຮັດໃຫ້ລູກຄ້າສາມາດເຂົ້າໃຈເຖິງການປະກັນໄພຂອງຕົນໄດ້ງ່າຍຂຶ້ນ, ໄດ້ຮັບການປະກັນໄພສະດວກຂຶ້ນ, ບໍລິຫານຈັດການ ການປະກັນໄພຂອງຕົນໄດ້ດີຂຶ້ນ ແລະ ໄດ້ຮັບການຊ່ວຍເຫຼືອທຸກເວລາທີ່ຕ້ອງການ.
ພວກເຮົາ ຍັງຕັ້ງໃຈທີ່ຈະຂະຫຍາຍເຄືອຂ່າຍການຈຳໜ່າຍຜະລິດຕະພັນ ໂດຍຜ່ານທະນາຄານ, ສະຖາບັນການເງິນ, ນາຍໜ້າປະກັນໄພ, ຕົວແທນ, ຄູ່ຮ່ວມທາງທຸລະກິດ ແລະ ຊ່ອງທາງດິຈິຕອນ ເພື່ອເຮັດໃຫ້ ທຣັສ ໄລຟ໌ ສາມາດເຂົ້າເຖິງລູກຄ້າໄດ້ທົ່ວ ສປປ ລາວ.
ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ ສປປ ລາວ
ສ້າງຂຶ້ນເພື່ອໄລຍະຍາວ.
ພວກເຮົາເຊື່ອວ່າ ການປະກັນຊີວິດທີ່ເຂັ້ມແຂງ ສາມາດປະກອບສ່ວນສຳຄັນ ຕໍ່ຄວາມໝັ້ນຄົງທາງການເງິນຂອງຄອບຄົວຂອງຄົນລາວ ແລະ ການພັດທະນາທາງເສດຖະກິດຂອງປະເທດໂດຍລວມ.
ທຣັສ ໄລຟ໌ ສ້າງຂຶ້ນເພື່ອການດຳເນີນງານໃນໄລຍະຍາວ. ພວກເຮົາມີຄວາມຕັ້ງໃຈທີ່ຈະສ້າງບຸກຄະລາກອນ, ພັດທະນາຄວາມຊ່ຽວຊານດ້ານການປະກັນໄພພາຍໃນປະເທດ, ສ້າງຄວາມຮ່ວມມືທີ່ເຂັ້ມແຂງ ແລະ ນຳສະເໜີຜະລິດຕະພັນທີ່ຕອບສະໜອງຕໍ່ຄວາມຕ້ອງການທີ່ມີການປ່ຽນແປງຢູ່ຕະຫຼອດເວລາ ສຳລັບຄົນລາວ.


ຄໍາໝັ້ນສັນຍາຂອງພວກເຮົາ
ຄໍາໝັ້ນສັນຍາຂອງທຣັສ ໄລຟ໌ ຄືການຢືນຄຽງຄູ່ກັບລູກຄ້າໃນທຸກໆເຫດການສຳຄັນຂອງຊີວິດ ໂດຍຊ່ວຍຄຸ້ມຄອງຄອບຄົວ, ຄວາມໝັ້ນຄົງທາງການເງິນ ແລະ ອະນາຄົດ.
ຄວາມຊ່ຽວຊານລະດັບສາກົນ. ຄວາມເຂົ້າໃຈທ້ອງຖິ່ນ. ຊື່ທີ່ທ່ານໄວ້ໃຈໄດ້.
